ສປຊ ຮຽກຮ້ອງປະຕິຮູບລະບົບການເງິນສາກົນ ແລະ ຄວາມຍຸຕິທໍາດ້ານດິນຟ້າອາກາດ
ທ່ານ ອານໂຕນີໂອ ກູເຕີເຣສ ເລຂາທິການໃຫຍ່ ສປຊ
ຕາມຂ່າວສານຊິນຮວາລາຍງານ ວັນທີ 2 ມີນາ ນີ້ວ່າ: ທ່ານ ອານໂຕນີໂອ ກູເຕີເຣສ ເລຂາທິການໃຫຍ່ ສປຊ ໄດ້ຮຽກຮ້ອງປະຕິ
ຮູບລະບົບການເງິນສາກົນ ເພື່ອໜູນຊ່ວຍບັນດາປະເທດພວມພັດທະນາ ແລະ ບັນລຸໄດ້ “ຄວາມຍຸຕິທຳກ່ຽວກັບດ້ານດິນຟ້າອາກາດ”.
ພິທີໄຂກອງປະຊຸມສຸດຍອດຄັ້ງທີ VIII ຂອງປະຊາຄົມບັນດາປະເທດ ອາເມຣິກາ ລາຕິນ ແລະ ກາຣີເບ (CELAC), ຈັດຂຶ້ນຢູ່
Saint Vincent & Grenadine ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າມາຈາກກວ່າ 30 ປະເທດສະມາຊິກຂອງປະຊາຄົມນີ້, ທ່ານ
ເລຂາທິການໃຫຍ່ ສປຊ ເນັ້ນໜັກວ່າ: ລະບົບການເງິນທົ່ວໂລກບໍ່ສາມາດສະໜອງແຫຼ່ງການເງິນຍາວນານທີ່ເໝາະສົມ ໃຫ້ແກ່ບັນດາ
ປະເທດມີຄວາມຕ້ອງການ. ກ່ຽວຂ້ອງເຖິງບັນຫາການປ່ຽນແປງຂອງດິນຟ້າອາກາດ, ທ່ານເລຂາທິການໃຫຍ່ ສປຊ ຮຽກຮ້ອງ “ສາມັກ
ຄີ ເພື່ອປະເຊີນໜ້າກັບສະພາວະສຸກເສີນກ່ຽວກັບດິນຟ້າອາກາດ, ໄພນາບຂູ່ເຖິງການຄົງຕົວຂອງບັນດາປະເທດນ້ອຍພວມພັດທະນາ”.
ທ່ານ ອານໂຕນີໂອ ກູເຕີເຣສ ສະເໜີໃຫ້ທຸກໆປະເທດພວມພັດທະນາໃຫ້ຄຳໝັ້ນສັນຍາປະຕິບັດບັນດາການປະກອບສ່ວນໃໝ່ລະ
ດັບຊາດໃນປີ 2025, ເໝາະສົມກັບການສະກັດກັ້ນລະດັບການເພີ່ມຂຶ້ນຂອງອຸນຫະພູມໜ່ວຍໂລກໃນລະດັບ 1,5 ອົງສາ C. ທ່ານເລ
ຂາທິການໃຫຍ່ ສປຊ ກໍຮຽກຮ້ອງເພີ່ມຈຳນວນເງິນທົບສອງເທົ່າຂຶ້ນຢ່າງໜ້ອຍສຸດແມ່ນ 40 ຕື້ໂດລາສະຫະລັດ ຕໍ່ປີ ໃນປີ 2025 ເພື່ອ
ຮັບປະກັນຄວາມຍຸຕິທຳກ່ຽວກັບດິນຟ້າອາກາດ
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 05/03/2024